ປະຊຸມ ຄົ້ນຄວ້າ ປຶກສາຫາລື ວຽກງານ ການບໍລິຫານການເງິນ ຂອງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ທີ່ ຫ້ອງປະຊຸມ ຄະນະກັມມາທິການ ການຕ່າງປະເທດ ໃນວັນທີ 16 ມີນາ 2021 ຄະນະບໍລິຫານງານປະຈຳການ ຈາກ ກັມມາທິການທັງ 5 ແລະ ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຮ່ວມກັນປະຊຸມ ຄົ້ນຄວ້າ ປຶກສາຫາລື ວຽກງານ ການບໍລິຫານການເງິນ ຂອງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເຊິ່ງຈັດຂຶ້ນ ໂດຍການເປັນປະທານ ຂອງ ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ, ຫົວໜ້າຫ້ອງການບໍລິຫານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ມີ ພຣະຍອດຄຳ ຫົວໜ້າກັມມາທິການ ເຂົ້າຮ່ວມ ແລະ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານຄະນອງລິດ ສີສົມບູນ ຄະນະປະຈຳ, ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ.ການບໍລິຫານວຽກງານ ການເງິນ ເປັນວຽກງານທີ່ສຳຄັນວ່າດ້ວຍ ການເຄື່ອນໄຫວວຽກງານ ຂອງແຕ່ລະກັມມາທິການ ທັງ 5 ແລະ ຫ້ອງການບໍລິຫານ ເພື່ອເຮັດໃຫ້ວຽກງານຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເຄື່ອນໄຫວໄປດ້ວຍດີ ແລະ ບັນລຸຈຸດປະສົງ ແລະເປົ້າໝາຍ ທີ່ໄດ້ຕັ້ງໄວ້.”ປັດໄຈ ການເງິນເປັນສິ່ງທີ່ຫາມາໄດ້ໂດຍຍາກ ໃນພາວະເສດຖະກິດໂລກຫຍຸ້ງຍາກ ແຕ່ການບໍລິຫານການເງິນນັ້ນ ແສນຍາກກວ່າ”ຈຶ່ງຕ້ອງໄດ້ປະຊຸມຄົ້ນຄວ້າ ພິຈາລະນາ ແລະ ປຶກສາຫາລືກັນຢ່າງເລິກເຊິ່ງ ລະອຽດ ຖີ່ຖ້ວນ