ຍາພໍ່ສະຫງັດ ຈຸລາມະນີ ມໍລະນະກຳ ແລ້ວ

ແຈ້ງຂ່າວມໍລະນະກໍາ ຄອບຄົວຈຸລາມະນີ, ຄອບຄົວວິຍະເກດ ແລະ ຄອບຄົວຂຸນສໍານານ ຂໍແຈ້ງຂ່າວ ຄວາມໂສກເສົ້າສະຫລົດໃຈມາຍັງຍາດຕິພີ່ນ້ອງ ເພື່ອນມິດສະຫາຍທີ່ຢູ່ໄກ້ ແລະ ຢູ່ໄກຊາບທົ່ວເຖິງກັນວ່າ : ທ່ານ ສະຫງັດ ຈຸລາມະນີ ໄດ້ເຖິງແກ່ມໍລະນະກໍາໄປແລ້ວໃນເວລາ 04.21 ໂມງ ວັນອາທິດ, ວັນທີ 21 ມີນາ 2021 ດ້ວຍໂລກຊະລາ ລວມອາຍຸໄດ້ 79 ປີ.

ສົບຂອງເພີ່ນຈະໄດ້ບຳເພັນກຸສົນ ສູດພຣະອະພິທິທັມປັນເວລາ 5 ວັນ ຕັ້ງແຕ່ເວລາ ເວລາ 17.00 – 20.00 ໂມງ ທີ່ເຮືອນຂອງເພີ່ນເອງ (ຮ້ານຊີ້ນດາດ ໂປ້ຍຊຽນ) ບ້ານ ຫນອງສະໂນຄໍາ ເມືອງ ສີໂຄດຕະບອງນະຄອນ ຫລວງວຽງຈັນ..

ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນໃນວັນພະຫັດ, ວັນທີ 25 ມີນາ 2021 ຢູ່ວັດ ເທບນິມິດທາດຝຸ່ນ.

ມື້ຫ້າງຫາກະກຽມວັນເສົາ, ວັນທີ 27 ມີນາ 2021.

ມື້ໃສ່ບາດຖວາຍສັງຄະທານພະ 9 ອົງ ວັນອາທິດ,ວັນທີ 28 ມີນາ 2021. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ຜູ້ຢູ່ໄກ້ ແລະ ຢູ່ໄກຮັບຊາບທົ່ວເຖິງກັນ.