​ພຣະຍອດຄຳສີທົນໄຊຍະວົງສອນ ເດີນທາງ​ໄປ​ຢ້ຽມຢາມ​ ວັດ​ພຸດ​ທະ​ນາລາມ​ ບ້ານ​ເມືອງ​ກາງ ເມືອງ​ຈຳ​ປາ​ສັກ​ ແຂວງ​ຈຳ​ປາ​ສັກ

ຕອນ​ເຊົ້າ​ ວັນ​ທີ​ 19/07​/2021 ຜ່ານມານີ້ ພຣະ​ຍອດ​ຄຳ​ ສູນ​ທະ​ຣະ​ຍານ​ ສີ​ທົນ​ ໄຊ​ຍະ​ວົງ​ສອນ​ ຄະນະ​ບໍລິຫານ​ງານ​ປະຈຳສູນກາງ​ ອພສ,​ຫົວໜ້າ​ກຳມາທິການເຜີຍແຜ່ສີນລະ​ທັມ​ແລະ​ປະຕິບັດ​ກັ​ມ​ມະ​ຖານ​ ສູນກາງ, ເຈົ້າ​ອະທິການ​ວັດ ປ່າ​ນາ​ຄູນ​ນ້ອຍ​ ເມືອງ​ນາ​ຊາຍ​ທອງ​ ນະຄອນຫລວງ​ວຽງຈັນ,​ ພ້ອມ​ດ້ວຍ​ຄະນະ​ສົງ​ເດີນທາງ​ໄປ​ຢ້ຽມຢາມ​ ວັດ​ພຸດ​ທະ​ນາລາມ​ ບ້ານ​ເມືອງ​ກາງ ເມືອງ​ຈຳ​ປາ​ສັກ​ ແຂວງ​ຈຳ​ປາ​ສັກ ເຊີ່ງເປັນ​ສະຖານ​ທີ່​ສຳຄັນ​ທາງ​ປະຫວັດສາດ​ເປັນ​ວັດ​ເກົ່າ​ແກ່​ຂອງ​ພຸດທະ​ສາສະໜາ​ອີກ​ແຫ່ງ​ໜຶ່ງ​ຂອງ​ປະເທດ​ລາວ​ ກໍ່​ຄື​ເມືອງ​ຈຳ​ປາ​ສັກ​ ແຂວງ​ຈຳ​ປາ​ສັກ

ໂດຍ​ເປັນ​ກຽດ​ໃຫ້​ການ​ຕ້ອນຮັບ​ຂອງ​ທ່ານ​ຮອງເຈົ້າ​ເມືອງ​ ເມືອງ​ຈຳ​ປາ​ສັກ​ ທ່ານ​ພວງເພັດ ແສງອາລຸນ ​ຫົວໜ້າ​ຫ້ອງ​ການ​ວັດ​ທະນະທຳເມືອງ ທ່ານ​ນາຍ​ບ້ານ​ ສາລະວັດ​ ແນວ​ໂຮມ​ ອົງການ​ຈັດຕັ້ງ​ບ້ານ​ນາກາງ​ ທຸກ​ພາກສ່ວນ​ຮ່ວມ​ຕ້ອນຮັບ​ຢ່າງ​ອົບອຸ່ນ.

ວັດພຸດທະນາຣາມ​ແຫ່ງ​ນີ້​ຈະ​ໄດ້​ຮັບ​ການ​ບູລະນະ​ສ້າງສາ​ ແລະ ​ປັບປຸງ​ຄືນ​ໃໝ່​ ໂດຍ​ໄດ້ຮັບ​ການ​ອຸປະຖຳ​ຈາກ​ ອົງ​ການ​ປົກ​ຄອງ​ແຂວງ​ຈຳ​ປາ​ສັກ​,​ເມືອງ​ຈຳປາສັກ, ອົງການ​ພຸດ​ທະ​ສາດ​ສະ​ໜາ​ສຳ​ພັນ​ລາວ​ແຂວງ​ຈຳ​ປາ​ສັກ​ ຕະຫຼອດ​ຮອດ​ພຸດ​ທະ​ບໍລິສັດ​ ແລະ​ ອອກ​ຕົນ​ຍາດ​ໂຍມ​ບັນ​ດາ​ເຜົ່າ,ເພື່ອ​ໃຫ້​ສະຖານ​ທີ່​ແຫ່ງ​ນີ້​ເປັນ​ມໍລະດົກ​ທາງ​ວັດທະນະທຳ​ຂອງ​ແຂວງ​ຈຳ​ປາ​ສັກ​.ແລະ ຈະໄດ້​ເລີ່ມ​ສຳຫຼວດ​ແລະ​ລົງ​ມື​ກໍ່​ສ້າງ​ໃນ​ໄວໆ​ນີ້​.