ພຣະມະຫາສະມະນະສານ ໄຫວ້ອາໄລຂອງ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ພຣະມະຫາສະມະນະສານ ໄຫວ້ອາໄລ

ຂອງ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

CONDOLENCE MESSAGE OF HIS HOLINESS

THE PRESIDENT OF CENTRAL BUDDHIST FELLOWSHIP ORGANIZATION OF LAO PDR

======05/05/2021=======

ນະມັດສະການ: ຄະນະປະທານສູນວິປັດສະນາກັມມະຖານສາກົນ ພຸດທະຄະຍາ ປະເທດອິນເດຍ ທີ່ເຄົາລົບ.

ໃນທາມກາງ ທີ່ປວງຊົນໃນທົ່ວສັງຄົມໂລກ ກໍາລັງຂຸ້ນຂ້ຽວກັນ ໃນການສະກັດກັ້ນ ຕ້ານທານ ແລະ ປ້ອງກັນພະຍາດ ໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ນັ້ນ ເຊິ່ງມີທັງການປິດເມືອງ, ປິດປະເທດ ເພື່ອບໍ່ໃຫ້ການແຜ່ລະບາດ ຂອງພະຍາດໂຄວິດ-19 ແຜ່ອອກໄປສູ່ວົງກວ້າງ ຂອງແຕ່ລະປະເທດໄດ້ນັ້ນ ນັບວ່າເປັນໄລຍະທີ່ຂັດສົນ ທຸກຄົນໃນສັງຄົມຕ້ອງໄດ້ຮ່ວມມືກັນຕ້ານພະບາດນີ້ຢ່າງຈິງຈັງ ແລະ ເຮັດໃຫ້ຄົນເຮົາ ກັບມາດໍາລົງຊີວິດໃໝ່ເປັນປົກກະຕິໃຫ້ໄດ້ໂດຍໄວ.

ມາວັນນີ້ ວັນທີ 04 ພຶດສະພາ 2021 ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກເສົ້າໂສກສະລົດໃຈຢ່າງສຸດຊຶ້ງ ຫຼັງຈາກທີ່ໄດ້ ຮູ້ຂ່າວການລະສັງຂານໄປ ຂອງພຣະອາຈານ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ (His Holiness Sangharaja Prof. Dr. Satayapal Mahathera) ພຣະສັງຄະຣາດ ຂອງພະຣາຕິຍະສັງຄະມະຫາສະພາ ພຸດທະຄະຍາ ປະເທດອິນເດຍ, ເຈົ້າອະທິການ ແລະ ປະທານສູນວິປັດສະນາສາກົນ ພຸດທະຄະຍາ ຣັດພິຫານ, ອະດີດຫົວໜ້າພາກວິຊາ ພາສາປາລີ ແລະ ພຸດທະສາສະໜາ ສຶກສາ ມະຫາວິທະຍາໄລເດລີ ປະເທດອິນເດຍ.

ຂ້າພະເຈົ້າ ໃນນາມສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ຂໍແບ່ງເບົາຄວາມເສົ້າໂສກອາໄລ ມາຍັງຍາດຕິພີ່ນ້ອງ ຂອງພຣະອາຈານ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ, ຄະນະສົງອິນເດຍ ຜູ້ເປັນລູກສິດ, ການນໍາພັກລັດ ແລະ ຊາວພຸດອິນເດຍ ທີ່ໄດ້ສູນເສຍບຸກຄະລາກອນສົງອົງສໍາຄັນ ທີ່ເຄົາລົບໃນຄັ້ງນີ້.

ດັ່ງທີ່ພວກເຮົາທ່ານຮູ້ດີນຳກັນວ່າ ຮູບ ແມ່ນເກີດຂື້ນແລ້ວ ກໍຕັ້ງຢູ່ ເສື່ອມໂຊມໄປ ແລະ ແຕກສະລາຍໄປຕາມ ທໍາມະຊາດ ຂອງຊີວິດ ໂດຍພາຍໃຕ້ກົດແຫ່ງໄຕຣລັກຄື ອະນິດຈັງ (ຄວາມບໍ່ທຽງ), ທຸກຂັງ (ຄວາມທຸກ) ແລະ ອະນັດຕາ (ຄວາມບໍ່ມີຕົວຕົນ) ແລະ ສິ່ງເຫຼົ່ານີ້ ເກີດຂື້ນກັບທຸກສັບພະສັດທັງຫຼາຍທັງປວງ ທັງເທວະດາ, ມານ ແລະ ພຣົມ ບໍ່ມີຂໍ້ຍົກເວັ້ນ.

ການລະສັງຂານ ຂອງພຣະອາຈານໃຫຍ່ ສຈ. ປອ. ສັດຕະຍະປາລະ ມະຫາເຖຣະ ແມ່ນເປັນການ ສູນເສຍຊັບພະຍາກອນສໍາຄັນ ຂອງຊາວພຸດໃນປະເທດອິນເດຍ ແຕ່ສິ່ງທີ່ຍັງຄົງຢູ່ກັບພວກເຮົາທຸກໆຄົນນັ້ນກໍຄື ຄວາມຊົງຈຳ ແລະ ກິດຈະກຳການສິດສອນທີ່ດີງາມຂອງເພິ່ນ ເຊັ່ນ ຄວາມເມດຕາ, ກະຣຸນາ, ມຸທິຕາ ແລະ ອຸເປກຂາ ຄວາມສຸກສະຫງົບສັນຕິ ໃນຄະນະສົງ ແລະ ຜູ້ທີ່ເຄົາຣົບສັດທາ.

ດ້ວຍການກະທຳອັນດີງາມ ແລະ ຄຸນງາມຄວາມດີຂອງເພິ່ນ ທີ່ໄດ້ກະທຳນັ້ນ ໂດຍສະເພາະແມ່ນ ການປະພຶດ ປະຕິບັດຕາມ ພຣະທັມວິໄນ ໄຕຣສິກຂາ ການຄໍ້າຈຸນ ອຸທິດຕົນຕໍ່ພຣະພຸດທະສາສະໜາ ຕະຫຼອດຊີວິດຂອງເພິ່ນ ຂໍໃຫ້ພຣະອາຈານໃຫຍ່ ຈົ່ງໄປເກີດບ່ອນທີ່ດີ ເຂົ້າເຖິງສຸຄະຕິສັມປະຣາຍະພົບ ຕະຫຼອດຈົນພຣະນິບພານ ພຸ້ນເທີ້ນ.

ນະຄອນຫຼວງວຽງຈັນ, ວັນທີ 04/05/2021

ພຣະຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ)

ອົງຮັກສາການປະທານ

ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

CONDOLENCE MESSAGE OF HIS HOLINESS

THE PRESIDENT OF CENTRAL BUDDHIST FELLOWSHIP ORGANIZATION OF LAO PDR

In the midst of all global societies are energetically to prevent and protect the outbreaks of COVID-19 diseases. They are locking down the city and country to protect the spreading COVID-19 outbreaks which transmitted to each country. This time is getting chaotic. Therefore, we all must get together to protect seriously and be backing to live as usual soon (New Normal).

Today, on 04th May, 2021 in early morning, it saddened me greatly after I heard the news of passing away of His Holiness Prof. Dr. Satyapal Mahathera, the Sangharaja of Bharatiya Sangharaja Bhikkhu Mahasabha’s Boddhgaya, Chief Abbot and President of International Meditation Centre Boddhgaya Gaya city, Bihar state of India and former Professor of Pali and Buddhist Studies Department, University of Delhi in India.

I, on behalf of the Central Buddhist Fellowship Organization of Lao PDR (CBFOL) and on myself and all Lao devotee, The Great supreme Sangha Cabinet of the Central Buddhist Fellowship Organization of Lao PDR, would like to share our heartfelt condolence with the relations and pupil of late H.H. Prof. Dr. Satyapal Mahathera, Indian Sangha, government and Indian people at large that lost the revere important of Sangha.

As we all know Rupa is subject to decay and separation as normal and life is under the three characteristic of Nature such as impermanence (aniccam), suffering (dukkham) and Non-Self (anatta). And all of these happen to all sentient beings, Deva, Mara and Brahm no any exception.

The passing away of H.H. Prof. Dr. Satyapal Mahathera is a loss of important person in Buddhism for Indian and Buddhist world as a whole. But what will remain of us is good memories and teaching activities of His Holiness such his loving-Kindness (metta), Compassion (karuna), Sympathy-joy (mudita) and Equanimity (upekkha) toward all monks and devotee.

With all the good deeds of His Holiness had done especially with observing Dhamma-Vinaya, Tri-Sikkha and sustaining of Buddhism for his whole life, may he be reborn in the blissful state and at the end of his last life, may he reach Nibbana as his wish.

With Metta,

Vientiane Capital, 04 May, 2021

His Holiness Phra Lukkeo Mahasumedhadipati

(Maha Bounma SIMMAPHOM)

The acting president of Central Buddhist Fellowship Organization of Lao PDR