ຄະນະສິດຍານຸສິດ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ມອບປັດໄຈ 15.000.000

ວັນທີ 26 ຕຸລາ 2021 ຜ່ານມານີ້ ຄະນະລູກຫຼານ ລູກເຕົ້າສິດສານຸສິດ ຂອງ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 5 ໂດຍ ການເຂົ້າຮ່ວມພິທີເຮັດບຸນໃນຄັ້ງນີ້ ຄື:

1. ພຣະຫຼັກຄຳໂພທິທັມມະວົງສາຈະຣິຍາຈານ (ສົມບູນ ສິຣິປັນໂຍ)

2. ພຣະຍອດຄຳພັດທະຣະເກສີ (ປອ.​ ດຳຣົງ ພິມມະຈັກ)

3. ພຣະອາຈານ ປທ. ສິງໄຊ ທຳມະວົງ

4. ທ່ານ ດຣ. ທອງເພື່ອນ ທ່ານຍາແມ່ ຊຸດດາອາດ ຂັນຕິວົງ ພ້ອມດ້ວຍລູກຫຼານ

5. ທ່ານຍາແມ່ຢາດເພັດ ສີສົມພອນ ພ້ອມດ້ວຍລູກຫຼານ

6. ບໍລິສັດໃສສະອາດການຢາ

7. ບໍລິສັດວຽງທອງການຢາ

ໄດ້ນຳປັດໄຈ ຈຳນວນ 15.000.000 ກີບ (ສິບຫ້າລ້ານກີບຖ້ວນ) ປະກອບສ່ວນມອບເຂົ້າ ໃນການຊຸກຍູ້ວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ທີ່ແຂວງສະຫວັນນະເຂດ ເຊິ່ງມີ:

1. ທ່ານນາງ ຫຼິງທອງ ແສງຕະວັນ ກັມມະການປະຈຳພັກແຂວງ ຮອງເຈົ້າແຂວງໆ ສະຫວັນນະເຂດ ຫົວໜ້າຄະນະສະເພາະກິດແຂວງ

2. ທ່ານນາງ ພາວັນ ບົວຫຼວງລາດ ກັມມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດິການສັງຄົມ ແຂວງສະຫວັນນະເຂດ ແລະ ຄະນະ ເປັນຜູ້ຮັບມອບ ຈາກຄະນະຄູບາອາຈານ.