ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ

ວັນທີ 12 ມີນາ 2021 ໃນວາລະໂອກາດອັນເປັນມຸງຄຸນ ສະເຫຼີມສະຫຼອງ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ທາງການທູດ ລະຫວ່າງລາວ ກັບອິນເດຍ ຄົບຮອບ 65 ປີ ເຊິ່ງຈັດຂຶ້ນໂດຍ ສູນກາງແນວລາວສ້າງຊາດ ແລະ ສະຖານເອກອັກຄະລັດຖະທູດ ສາທາລະນະລັດອິນເດຍ ປະຈຳຢູ່ ສປປ ລາວ ຄະນະບໍລິຫານງານ ຂັ້ນສູງ ຂອງ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ເຊິ່ງມີ1. ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ)2. ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ)3. ພຣະຍອດຄຳວໍຣະຍານໂພທິ (ບຸນທະວີ ປະສິດທິສັກ)4. ພຣະຍອດຄຳວໍຣະທັມມຸນີ (ປອ. ພວງປະເສີດ ພູມມະວົງ)5. ພຣະຫຼັກຄຳເສຂະວໍຣະຍານວີຣາຈານ (ໄຊຍະເດດ ວົງໂສພາ)6. ພຣະອາຈານ ປທ. ພູຄຳ ແກ້ວປະທຸມໄດ້ເຂົ້າຮ່ວມ ໃນ ກອງປະຊຸມ ສົນທະນາວິຊາການ ກ່ຽວກັບພຣະພຸດທະສາສະໜາ ໃນຫົວຂໍ້ “ການເຊື່ອມໂຍງພຣະພຸດທະສາສະໜາ ລາວ-ອິນເດຍ” ພ້ອມດ້ວຍຄະນະ ແລະ ພຣະສົງ ນິສິດນັກສຶກສາ ຈາກ ວິທະຍາໄລສົງອົງຕື້ພາຍນອກ ມີການນຳຂັ້ນສູງ ຂອງ ສູນກາງແນວລາວສ້າງຊາດ ແລະ ສະຖານທູດ ສາທາລະນະລັດອິນເດຍ ປະຈຳ ສປປ ລາວ ເຊິ່ງມີ:1. ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.2. ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ.3. ທ່ານ ດິນກາ ອາດສ໌ທານາ ເອກອັກຄະລັດຖະທູດ ສ. ອິນເດຍ ປະຈຳ ສປປ ລາວແລະ ຄະນະ ບັນດາ ຄະນະປະຈຳ ສູນກາງແນວລາວສ້າງຊາດ, ບັນດາກົມຕ່າງ, ພ້ອມດ້ວຍ ພາກສ່ວນຕົວແທນ ຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ຄະນະ ຈາກ ສະຖານເອກອັກຄະລັດຖະທູດ ສາທາລະນະລັດອິນເດຍ ເຂົ້າຮ່ວມ ຢ່າງພ້ອມພຽງກັນ.ໃນກອງປະຊຸມ ໄດ້ມີພິທີໄຂກອງປະຊຸມ ພິທີໄຕ້ທຽນໄຊ ຮ່ວມສາຍພົວພັນ ມິດຕະພາບອັນດີງາມ ແລະ ຍາວນານ ທັງ 2 ປະເທດ, ພິທີລັ່ນຄ້ອງມະຫາໄຊມຸງຄຸນ ພຣະສົງ ສູດໄຊຍະມັງຄະລະຄາຖາ.ພ້ອມກັນນັ້ນ ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການບັນຍາຍພິເສດ ໃນຫົວຂໍ້ “ການເຊື່ອມໂຍງພຣະພຸດທະສາສະໜາ ລາວ-ອິນເດຍ” ໂດຍ ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ, ຫົວໜ້າຫ້ອງການບໍລິຫານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ໄດ້ຟັງ ບັນດາຄຳເຫັນ ຈາກພາກສ່ວນຕ່າງໆງານປະຊຸມສົນທະນາ ກ່ຽວກັບພຣະພຸດທະສາສະໜາ ໃນໂອກາດ ສະເຫຼີມສະຫຼອງ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ທາງການທູດ ລະຫວ່າງລາວ ກັບອິນເດຍ ຄົບຮອບ 65 ປີ ເຊິ່ງຈັດຂຶ້ນໂດຍ ສູນກາງແນວລາວສ້າງຊາດ ແລະ ສະຖານເອກອັກຄະລັດຖະທູດ ສາທາລະນະລັດອິນເດຍ ປະຈຳຢູ່ ສປປ ລາວ ຄັ້ງນີ້ ຖືເປັນຄັ້ງປະຫວັດສາດສຳຄັນ ແລະ ເປັນນິມິດໝາຍອັນດີຍິ່ງ ຂອງສາຍພົວພັນການທູດ ທີ່ມີມາຢ່າງຍາວນານ ຂອງທັງສອງປະເທດ.