ຄົນລາວບໍ່ຖີ້ມກັນ ນ້ຳໃຈ ຄູບາອາຈານ ມອບເຄື່ອງໃຊ້ຈຳເປັນໃຫ້ຫ້ອງວ່າການປົກຄອງເມືອງຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານ ຕ້ານການລະບາດຂອງພະຍາດ ໂຄວິດ 19

ວັນທີ 27 ເມສາ 2021 ຜ່ານມານນີ້ ຫ້ອງການບໍລິຫານງານ ອພສ ຮ່ວມກັບ ກັມມາທິການ ສາທາຣະນູປະການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ປະກອບມີ :

1. ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ)

2. ພຣະຍອດຄຳວໍຣະຍານໂພທິ (ບຸນທະວີ ປະສິດທິສັກ)

3. ພຣະອາຈານ ພົງສະຫວັນ ອານຸສິນ

4. ພຣະອາຈານ ສິງໄຊ ທຳມະວົງ

5. ພຣະອາຈານ ຄຳສອນ ສະທິມຸງຄຸນພ້ອມດ້ວຍ ຄະນະຄູບາອາຈານ

ໄດ້ມອບເຄື່ອງໃຫ້ ແກ່ ນະຄອນຫຼວງ ທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເຊິ່ງ ຮັບມອບໂດຍ: ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະການນຳ ພະນັກງານ ໃນຫ້ອງວ່າການປົກຄອງນະຄອນຫຼວງ ເຄື່ອງທີ່ມອບ ປະກອບມີດັ່ງນີ້:1.ແມັດອັດປາກດັງ 150 ກັບ2.ຕຽງ 15 ໜ່ວຍ3.ເສື່ອ 24 ຜືນ4.ຜ້າຫົ່ມ 16 ຜືນ5.ໝອນ 60 ໜ່ວຍ

ນອກຈາກນນີ້ ໂຄງການເມດຕາທັມກໍ່ໄດ້ປະກອບສ່ວນເຄື່ອງໃຊ້ໃຫ້ກັບຫ້ອງວ່າການເມືອງສັງທອງ ເພື່ອຮັບໃຊ້ເຂົ້າໃນວຽກງານ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ 19.ເຄື່ອງປະກອບດ້ວຍ:1. ຜ້າປິດປາກ 1 ແກັດ2. ເຈວລ້າງມື 15 ຕຸກ3. ແອວກໍຮໍ 20 ລິດ4. ໝີ່ສຳເລັດຮູບ 10 ແກັດ5. ນຳ້ດື່ມ 40 ແຟັກລວມມູນຄ່າວັດຖຸເປັນເງິນ: 3,440,000 ກີບ ຂໍເຊີນຊວນປະຊາຊົນບັນດາເຜົ່າຈົ່ງໄດ້ຊ່ວຍເຫຼືອເຊິ່ງກັນລະກັນ ເພື່ອຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ ຂໍເປັນກຳລັງໃຈໃຫ້ກັບເຈົ້າໜ້າທີ່ທຸກພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຂໍອວຍພອນໃຫ້ທຸກຄົນຈົ່ງມີແຕ່ອາຍຸ ວັນນະ ສຸຂະ ພະລະຕະຫຼອດກາລະນານດ້ວຍເທີ້ນ.

ນ້ຳໃຈຄູບາອາຈານມອບເຄືອງໃຊ້ໃຫ້ ຄະນະ ອພສ ເມືອງ ຈັນທະບູລີ ນຳພາໂດຍຍ່ານໃຫຍ່ ຄຳວັນ ວໍຣະເດດ ເຈົ້າອະທິການວັດທົ່ງສ້າງນາງ ພຣະອາຈານ ສົມສີ ສີລີມຸງຄຸນ ວັດສະຫວ່າງ ໄດ້ມອບເຄື່ອນໃຊ້ ເພື່ອຈະໄປຊ່ວຍເຫຼຶອຜູ້ປ່ວຍທີ່ຮັກສາໂຕ ພະຍາດໂຄວິດ ຢູ່ສູນສະນາມກີລາ ບ້ານ ຫ້ວຍຫົງມີຕຽງນອນ 9 ຕຽງຜ້າເຊືອ 11 ຜືນມອນນອນ 14 ໜ່ວຍຜ້າຫົ່ມ 5 ຜືນມຸງກັນຍຸງ 5 ດ່າງ