ຍາທ່ານ​ ຄຳຄ່ອງ​ ສີສະ​ຫວ່າງ​ອ່ອນ ມໍລະນະພາບ

ຂໍ​ແຈ້ງ​ຂ່າວ​ມໍລະນະ​ພາບເຖິງ​ສິດ​ສານຸສິດ​ທັງພາຍໃນ​ແລະຕ່າງປະເທດ​ຊາບ​ທົ່ວ​ເຖິງ​ກັນ​ວ່າ​ ຍາທ່ານ​ ຄຳຄ່ອງ​ ສີສະ​ຫວ່າງ​ອ່ອນ​ ອາຍຸ​ 83 ປີ​ 28​ ພັນສາ​ ເຈົ້າ​ອະທິການ​ວັດ​ຮ່ອງ​ງົວ​,​ບ້ານ​ຮ່ອງ​ງົວ​ ເມືອງ​ນາ​ຊາຍ​ທອງ​ ນະຄອນຫລວງ​ວຽງຈັນ​ ໄດ້​ເຖິງ​ແກ່​ມໍລະນະ​ພາບ​ແລ້ວ​ ດ້ວຍ​ໂຣກ​ຊາຣາ​ ທີ່​ໂຮງ​ຫມໍ​ມິດ​ຕະ​ພາບ​ 1​50​ ຕຽງ ໃນ​ຕອນ​ເຊົ້າ​ເວລາ​ 04:00 ນາທີ​ ຂອງ​ວັນ​ທີ​ 31​/01​/2021​ປະຈຸບັນ​ສົບ​ຂອງ​ເພິ່ນ​ໄດ້​ບຳເພັນກຸສົນ​ຢູ່​ທີ່​ວັດ​ຮ່ອງ​ງົວ,​ເມືອງ​ນາ​ຊາຍ​ທອງ​ ສ່ວນ​ວັນ​ຊາ​ປະ​ນະ​ກິດ​ສົບ​ແມ່ນ, ວັນ​ທີ​14/02/2021ດັ່ງ​ນັ້ນ​ຈຶ່ງ​ແຈ້ງ​ມາ​ເພື່ອ​ຊາບ​ ທ່ານ​ໃດ​ມີ​ໂອ​ກາດ​ຂໍ​ເຊີນ​ໄດ້​ໄປຮ່ວມ​ອານຸ​ໂມທະນາ​ ກີນ​ທານຕາມ​ວັນ​ເວລາ​ທີ່​ແຈ້ງ​ມາ​ນີ​້ດ້ວຍ.​ວັນ​ທີ​ 31/01/2021